ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ​ ຈະ​ເຂັ້ມ​ງວດ​ຈຳກັດ​ການ​ສົ່ງ​ອອກ​ໂດຣນ


     ສຳນັກ​ຂ່າວ ຊິນ​ຮວາ ລາຍ​ງານ​ລະບຸ​ວ່າ: ​ສປ ຈີນ ປະກາດ​ຈະຈຳກັດ​ການຈຳໜ່າຍ ແລະ ສົ່ງອອກ​ໂດຣນ ບາງ​ຊະນິດ, ອຸປະກອນ​ຕ່າງໆ​ທີ່​ກ່ຽວຂ້ອງ
ເພື່ອ​ປ້ອງ​ກັນ​ຄວາມ​ໝັ້ນຄົງ ແລະ ຜົນ​ປະໂຫຍດ​ຂອງ​ຊາດ ເຊິ່ງ​ຈະ​ມີ​ຜົນ​ບັງຄັບ​ໃຊ້​ນັບ​ແຕ່​ວັນ​ທີ 1 ກັນຍາ 2023 ນີ້​ເປັນຕົ້ນ​ໄປ, ທ່າມ​ກາງ​ຄວາມ​ກັງວົນ​
ວ່າ​ໂດຣນ​ ຂອງພົນ​ລະ​ເຮືອນ​ອາດ​ຖຶກ​ນຳໄປ​ໃຊ້​ທາງ​ດ້ານ​ການ​ທະຫານ.

     ກະຊວງ​ການ​ຄ້າ​ຂອງ ​ສປ ຈີນ ໄດ້​ຖະແຫຼງການ​ໃນ​ ວັນ​ທີ 30 ກໍລະກົດ​ ​ຜ່ານ​ມາ​ວ່າ: ​ສປ ຈີນ ຈະ​ຈຳກັດ​ການ​ສົ່ງ​ອອກ​ໂດຣນ (USV), ພ້ອມ​ດວ້ຍ
​ເຄື່ອງ​ຈັກ, ປືນ, ລະເບີດ, ເລ​ເຊີ, ອຸປະກອນ​ສື່ສານ ແລະ ລະບົບ​ຕໍ່ຕ້ານ​ໂດຣນ ໂດຍ​ຈະ​ມີ​ຜົນ​ບັງຄັບ​ໃຊ້​ໃນ​ວັນ​ທີ 1 ກັນຍາ 2023 ເປັນຕົ້ນໄປ. ມາດ​ຕະ
ການ​ດັ່ງກ່າວ​ຈະ​ມີ​ຜົນ​ກະທົບ​ຕໍ່​ໂດຣນ​ ທີ່ໃຊ້​ວຽກ​ທົ່ວ​ໄປ​ບາງ​ຊະນິດ ແລະ ໂດຣນ​ສຳລັບ​ພົນ​ລະ​ເຮືອນ​ຈະ​ບໍ່​ສາມາດ​ສົ່ງ​ອອກ ເພື່ອ​ຜົນ​ປະໂຫຍດ​ທາງ​ການ​
ທະຫານ, ເເຕ່ໂດຣນທົ່ວໄປ ສໍາລັບຖ່າຍພາບທາງອາກາດອາດໄດ້ຮັບການຍົກເວັ້ນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 17/08/2023